31 ม.ค. 2021 เวลา 15:03 • หนังสือ
"ຄວາມກ້າມາຈາກຄວາມຢ້ານກົວ "
ຫລາຍຄົນມັກເວົ້າວ່າ
ຄົນທີ່ກ້າຫານ ຈະບໍ່ຢ້ານກົວ..
ເຫດໃດຄືເວົ້າແນວນັ້ນ!!😫
ເພາະບໍ່ມີຄວາມກ້າໃດທີ່ຈະປາສະຈາກຄວາມຢ້ານກົວ
ກ່ອນທີ່ຈະກ້າໄດ້ກໍແມ່ນໄດ້ສູ້ຍັນ, ທັງຖີບ ທັງດຶງ ບາງຄົນກໍແກ່ວງຖິ້ມ ຈຶ່ງຄ່ອຍ ຊະນະມັນ ແລະ ກ້າໄດ້.
ທຳມະຊາດສ້າງເຮົາໃຫ້ມີສັນຊາດຕະຍານໃນການຢ້ານກົວເພື່ອເອົາຕົວຫລອດ ເຊັ່ນ ຕອນທີ່ຖືກໝາໄລ່ ມັກແລ່ນຂ້າມຮົ້ວທີ່ສູງໄດ້ເພື່ອລົບໜີ.
ທ່ານ Mark Twain
ນັກຂຽນຊື່ດັງຂອງອາເມລິກາກ່າວໄວ້ວ່າ :
(Courage is the resistance of fear, mastery of fear, not absence of fear )
ຄວາມກ້າແມ່ນການຕໍ່ສູ້ກັບຄວາມຢ້ານກົວນັ້ນຈົນສາມາດເອົາຊະນະມັນໄດ້ ບໍ່ແມ່ນວ່າ ບໍ່ຮູ້ສຶກຢ້ານກົວ.
ແລ້ວຄວາມຢ້ານກົວຫລັກໆແລ້ວມັນເກີດມາຈາກໃສ?
ຄວາມຢ້ານສ່ວນຫລາຍແລ້ວເກີດມາຈາກການທີ່ເຮົາບໍ່ຮູ້, ຖ້າຮູ້ແລ້ວເຮົາຈະບໍ່ຢ້ານ ແລະ ເຮັດໃນສິ່ງທີ່ເຮົາບໍ່ຢ້ານນັ້ນກໍຖືວ່າ ບໍ່ແມ່ນຄວາມກ້າ
ຕົວຢ່າງ:
ແມ່ບອກໃຫ້ຍ່າງໄປຕະຫລາດຊື້ຜັກກາດມາໃຫ້
ແນ່ນອນ, ເຮົາຈະໄປຢ່າງລັນລາ ເພາະຮູ້ຈັກດີ ແລະ ຖືເປັນທຳມະດາໃນການເລາະຕະຫລາດ
( ບາງທີ່ເຫັນເຄື່ອງນຸ່ງຖືກໃຈກະຍັງພໍໄດ້ຕິດມືມາ) ^
ແຕ່ຖ້າໃຫ້ເຮັດໃນສິ່ງທີ່ບໍ່ຮູ້ແຖມຍັງສ່ຽງເດ້ ?
ຈະມີຈັກຄົນທີ່ກ້າອອກປາກວ່າ ຕົນເອງບໍ່ຢ້ານ ຫລື ບໍ່ມີຄວາມກັງວົນເລີຍ
ສ່ວນໂຕ, ຄວາມຢ້ານມັນປາກົດໃຫ້ເຫັນຊັດເຈນຕອນທີ່ຂ້ອຍຈະຫ້ອຍໂຕກັບສາຍສະຫລິງເສັ້ນດຽວເປັນຄັ້ງທຳອິດ.
ໃນຫົວຕອນນັ້ນ ພາບຄວາມຄິດຮ້ອຍແປດພັນແນວ ລອຍເຂົ້າມາປານຕັ້ງລະບົບ Auto.
ຕອນນັ້ນຢ້ານຍ້ອນບໍ່ຮູ້ ແລະ ບໍ່ເຄີຍແທ້ໆ ມີ 10 ໃຫ້ 100 ໂລດ ເພາະຫລັງຈາກທີ່ປ່ອຍໂຕໄປກັບສາຍສະຫລິງເສັ້ນທຳອິດແລ້ວ ຄວາມຢ້ານນັ້ນຫລຸດລົງເທື່ອລະໜ້ອຍ, ສຸດທ້າຍກາຍເປັນຄວາມກ້າ ແລະ ມ່ວນກັບມັນ.
ຈາກເຫດການນີ້ເຮັດໃຫ້ຄິດຫາຄຳເວົ້າໜຶ່ງໃນຮູບເງົາເລື່ອງ:
– After Earth (2013) – ທີ່ວ່າ
Fear is not real. The only place that fear can exist is in our thoughts. It is a product of our imagination
ຄວາມຢ້ານນັ້ນມັນບໍ່ມີຢູ່ຈິງ ມັນບໍ່ມີຕົວຕົນ, ບ່ອນດຽວທີ່ຄວາມຢ້ານສາມາດອາໃສຢູ່ໄດ້ ນັ້ນຄືຄວາມຄິດເຊິ່ງເປັນພຽງຈິນຕະນາການທີ່ເຮົາສ້າງຂຶ້ນມາ.
ຍິ່ງເຮົາບໍ່ຮູ້ ແລະ ຈິນຕະນາການໄປກ່ອນຫລາຍປານໃດຄວາມຢ້ານກໍຈະເພີ່ມທະວີຄູນຂຶ້ນ
ສະນັ້ນ, ຢຸດຈິນຕະນາການທີ່ມັກຄິດໄປເອງກ່ອນ, ບໍ່ປະຕິເສດຄວາມຢ້ານ ແຕ່ຈົ່ງຫາວິທີ ຮັບຮູ້ ແລະ ຄົ້ນຫາກົ້ກເງົ້າສາເຫດຂອງຄວາມຢ້ານນັ້ນ ເພື່ອເອົາຊະນະມັນ ແລ້ວລົງມືເຮັດ
ຫລັງຈາກນັ້ນເຮົາຈະໄດ້
ຄວາມກ້າ ທີ່ມາຈາກຄວາມຢ້ານ ^
โฆษณา