ເມື່ອອາຫານເຄື່ອນຕົວເຂົ້າສູ່ກະເພາະອາຫານ ຈະເກີດລັກສະນະການຂະຫຍາຍຕົວຂອງກ້າມເນື້ອກະເພາະອາຫານ ແລະ ເຮັດໃຫ້ຫລຸດການເຄັ່ງຕຶ່ງກະເພາະອາຫານລົງ ໂດຍແບ່ງເປັນ 2 ປະຕິກິລິຍາ ຄື:
1/ Receptive relaxation ຫມາຍເຖິງການຂະຫຍາຍຕົວຂອງກ້າມເນື້ອກະເພາະອາຫານ ເພື່ອຮອງຮັບອາຫານທີ່ຈະເຄື່ອນຕົວລົງມາຈາກຫລອດອາຫານ ປະຕິກິລິຍານີ້ ຈະຖືກກະຕຸ້ນຈາກຊ່ອງປາກ ແລະ ຄໍຫອຍ ໂດຍບໍ່ເຮັດໃຫ້ຄວາມດັນໃນກະເພາະອາຫານເພີ່ມສູງຂຶ້ນ.
2/ Adaptive relaxation ຫມາຍເຖິງ ການຂະຫຍາຍຕົວຂອງກ້າມເນື້ອກະເພາະອາຫານໃຫ້ສາມາດຍືດອອກຕາມປລິມານອາຫານທີ່ເພີ່ມຂຶ້ນ.
ກະເພາະອາຫານແບ່ງອອກເປັນ 3 ສ່ວນ
1. ກະເພາະອາຫານສ່ວນຕົ້ນ (Fundus) ເປັນພົ້ງກະເພາະອາຫານທີ່ເຊື່ອມຕໍ່ຂອງຫລອດອາຫານ ໂດຍສ່ວນຫຼາຍຈະມີອາກາດຢູ່.
2. ກະເພາະອາຫານສ່ວນກາງ (Body) ເປັນພື້ນທີ່ກະເພາະອາຫານຢູ່ເຄິ່ງກາງ ລະຫວ່າງກະເພາະສ່ວນຕົ້ນ ແລະ ກະເພາະສ່ວນປາຍ ຖືວ່າເປັນພື້ນທີ່ທີ່ໃຫຍ່ທີ່ສຸດກະວ່າໄດ້.
3. ກະເພາະອາຫານສ່ວນປາຍ (pylorus) ເປັນກະເພາະອາຫານສ່ວນທ້າຍສຸດທີ່ເຊື່ອມຕໍ່ກັບລຳໄສ້ນ້ອຍຕອນຄົ້ນ.
ໂຄງສ້າງກະເພາະອາຫານ
1. ຊັ້ນເຍື້ອເມືອກ (Mucosa) ເປັນຜະຫນັງກະເພາະອາຫານທີ່ຢູ່ຊັ້ນໃນສຸດ ປະກອບດ້ວຍຕ່ອມສ້າງນ້ຳຍ່ອຍ ແລະ ສານຊ່ວຍໃນການຍ່ອຍ ພ້ອມຮູເປີດຂອງຕ່ອມ.
2. ຊັ້ນໃຕ້ເຍື້ອເມືອກ (Submucosa) ເປັນຜະຫນັງສ່ວນທີ່ຖັດຈາກຊັ້ນ ເຍື່ອເມືອກ ປະກອບດ້ວຍເນື້ອເຍື່ອກ່ຽວພັນ (Connective tissue) ເປັນຫລັກເຮັດຫນ້າທີ່ຊ່ວຍດຶງຈ່ອງລະຫວ່າງຊັ້ນກ້າມເນື້ອ ແລະ ຊັ້ນເຍື່ອເມືອກໄວ້ນຳກັນ ຊຶ່ງຊັ້ນນີ້ຈະມີເສັ້ນປະສາດ, ຫລອດເລືອດ ແລະ ທໍ່ນ້ຳເຫລືອງມາຫລໍ່ລ້ຽງຈຳນວນຫລາຍ.
3. ຊັ້ນກ້າມເນື້ອ (Muscle layers) ປະກອບດ້ວຍກ້າມເນື້ອລຽບທີ່ລຽນຕົວກັນ 3 ຊັ້ນ ຄື: ຊັ້ນໃນທີ່ວາງຕົວໃນຮູບແບບແນວສະຫລ່ຽງ, ຊັ້ນກາງທີ່ວາງຕົວເປັນວົງອ້ອມຮອບ ແລະ ຊັ້ນນອກທີ່ວາງຕົວຕາມແນວຍາວຂອງກະເພາະອາຫານ ກ້າມເນື້ອສ່ວນນີ້ຈະເຮັດຫນ້າທີ່ຊ່ວຍໃນການເຄື່ອນໄຫວ, ການຂະຫຍາຍຕົວ ແລະ ການບີບຮັດຂອງກະເພາະອາຫານໃນຂະນະທີ່ມີການຍ່ອຍອາຫານ.
4. ຊັ້ນນອກ (Serosa) ເປັນຊັ້ນທີ່ປະກອບດ້ວຍເນື້ອເຍື່ອກ່ຽວພຫນກັນທີ່ຫຸ້ມຄຸມຜິວນອກຂອງຊັ້ນກ້າມເນື້ອກະເພາະອາຫານ ແລະ ເຊື່ອມຕໍ່ກັບເຍື່ອແຂວນກະເພາະອາຫານ (Omentum) ເຮັດຫນ້າທີ່ຂັບຫລັ່ງນ້ຳເມືອກເຄືອບກະເພາະອາຫານ ແລະ ຊ່ວຍເຮັດໃຫ້ອາຫານມື່ນ ແລະ ເຄື່ອນໄຫວໄດ້ສະດວກນັ້ນເອງ.