ຫມາກໄຂ່ຫລັງເປັນອະໄວຍະວະທີ່ມີຮູບຮ່າງລັກສະນະຄ້າຍຄືເມັດຖົ່ວ ມີຂະຫນາດທຽບເທົ່າກຳປັ້ນ ຄົນປົກກະຕິມີໄຂ່ຫລັງ 2 ຫນ່ວຍຢູ່ບໍລິເວນກາງຫລັງເບື້ອງຊ້າຍ 1 ແລະ ເບື້ອງຂວາ 1 ໂດຍຕັ້ງຢູ່ບໍລິເວນດ້ານຫລັງຖັດຈາກກະດູກຄ້າງລົງມາບໍລິເວນບັ້ນແອວ ໄຂ່ຫລັງປຽບດັ່ງເຄື່ອງກັນຕອງຊະນິດພິເສດ ມີຄວາມມະຫັດສະຈັນ ແລະ ມີຄວາມຈຳເປັນຢ່າງຍິ່ງໃນການດຳລົງຊີວິດ ແຕ່ລະມື້ຈະມີເລືອດປະມານ 200 ຫນ່ວຍຕອງຜ່ານເນື້ອໄຂ່ຫລັງ ຂັບອອກເປັນຂອງເສຍໃນຮູບແບບຂອງນ້ຳຍ່ຽວ ຫລື ປັດສະວະ ລົງສູ່ທໍ່ໄຂ່ຫລັງ ແລະ ກະເພາະຍ່ຽວ ເພື່ອຖ່າຍເປັນນ້ຳຍ່ຽວອອກນອກຮ່າງກາຍ ໄຂ່ຫລັງມີຫນ້າທີ່ກັນຕອງນ້ຳ, ເກືອແຮ່ ແລະ ສານເຄມີສ່ວນເກີນທີ່ຮ່າງກາຍບໍ່ຕ້ອງການ ພ້ອມກັບເຮັດຫນ້າທີ່ຂັບຫລັງຂອງເສຍອອກຈາກຮ່າງກາຍ.
ຫນ້າທີ່ຂອງໄຂ່ຫລັງ
1. ສ້າງນ້ຳຍ່ຽວ ຫລື ປັດສະວະ ຊຶ່ງຊ່ວຍຂັບຂອງເສຍທີ່ເກີດຈາກການເຜົາຜານສານອາຫານຕ່າງໆ ແລະ ຊ່ວຍໃນການຮັກສາຄວາມປົກກະຕີຂອງນ້ຳ ແລະ ເກືອແຮ່ຂອງຮ່າງກາຍ ນອກຈາກນັ້ນຍັງມີຫນ້າທີ່ສ້າງສານທີ່ຄວບຄຸມຄວາມດັນເລືອດ ແລະ ສານທີ່ຊ່ວຍກະຕຸ້ນໃນການສ້າງເມັດເລືອດແດງ ດັ່ງນັ້ນຖ້າເມື່ອໄຂ່ຫລັງເຮັດວຽກນ້ອຍລົງມັກເກີດມີອາການຄວາມດັນເລືອດສູງ ແລະ ເລືອດຈາງອີກດ້ວຍ.
2. ຂັບຖ່າຍຂອງເສຍ ທີ່ເກີດຈາກການເຜົາຜານສານອາຫານປະເພດໂປຣຕີນອອກຈາກຮ່າງກາຍ ຂອງເສຍປະເພດນີ້ໄດ້ແກ່ ຢູເຣຍ, ຄຣີອະຕິນິນ, ກົດຢູຣິກ ແລະ ສານປະກອບໄນໂຕຣເຈນອຶ່ນໆ ອາຫານປະເພດໂປຣຕິນມີຫລາຍໃນເນື້ອສັດ ແລະ ຈຳພວກຖົ່ວ ຊຶ່ງຖ້າຫາກຂອງເສຍຈາກອາຫານປະເພດໂປຣຕິນເຫລົ່ານີ້ຕົກຄ້າງຢູ່ໃນຮ່າງກາຍຫລາຍໆ ຈະເຮັດໃຫ້ເກີດອາການຜິດປົກກະຕິຕ່າງໆ ຊຶ່ງທາງການແພດເອີ້ນວ່າ ຢູຣີເມຍ (uremia) ນອກຈາກນີ້ໄຂ່ຫລັງຍັງເຮັດຫນ້າທີ່ກຳຈັດສານພິດ ສານເຄມີ ລວມທັງຂັບຖ່າຍຢາຕ່າງໆອອກຈາກຮ່າງກາຍອີກດ້ວຍ.
3. ຢູເຣຍ ເປັນໂປຣຕີນທີ່ຖືກຕັດຈຳພວກ ອະມີໂນ (amino) ອອກຈາກ (-NH2) ແລ້ວປ່ຽນເປັນຢູເຣຍ ສົ່ງໄປກັນຕອງທີ່ໄຂ່ຫລັງ ຂະບວນການທີ່ປ່ຽນໃຫ້ເປັນຢູເຣຍເກີດຂຶ້ນທີ່ຕັບ ຢູເຣຍມີຄວາມສຳຄັນຢ່າງຍິ່ງໃນການເຮັດວຽກຂອງໄຂ່ຫລັງ ເອີ້ນວ່າ countercurrent systemp ຊ່ວຍໃນການດູດຊຶມກັບຄືນຂອງສານນ້ຳ ແລະ ເກືອແຮ່ທີ່ຢູ່ໃນຫນ່ວຍໄຂ່ຫລັງ ໂປຣຕີນ urea transporter 2 ເປັນຕົວຂົນຖ່າຍ ຢູູເຣຍ ເຂ້າສູ່ທໍ່ໄຂ່ຫລັງເພື່ອຂັບອອກທາງປັດສະວະ ຢູເຣຍໃນກະແສເລືອດຢູ່ໃນສະພາບສານລະລາຍປະມານ 2.5 - 7.5 ມິລິໂມລ/ລິດເກືອບທັງຫມົດຂັບຖ່າຍທາງປັດສະວະ ມີພຽງສ່ວນນ້ອຍຂັບຖ່າຍທາງເຫື່ອ.
4. ຄຣີອະຕິນິນ ເປັນສານທີ່ເກີດຈາກການແຕກສະລາຍຂອງ creatine phosphate ໃນກ້າມເນື້ອ ຮ່າງກາຍສ້າງຄຣີອະຕິນິນຂຶ້ນໃນອັດຕາທີ່ຄົວທີີ່ ໂດຍອັດຕາທີ່ສ້າງຂຶ້ນກັບມວລກ້າມເນື້ອຂອງແຕ່ລະຄົນ ໄຂ່ຫລັງເຮັດຫນ້າທີ່ຕອງຄຣີອະຕິນິນໂດຍບໍ່ມີການດູດກັບຄືນ ດັ່ງນັ້ນຖ້າການເຮັດຫນ້າທີ່ຕອງຂອງໄຂ່ຫລັງພັງໄປ ໂດຍບໍສາມາດເຮັດຫນ້າທີ່ຕາມປົກກະຕິ ຈະສາມາດກວດພົບລະດັບຂອງຄຣີອະຕິນິນໃນເລືອດສູງຂຶ້ນ.
5. ກົດຢູຣິກ ເກີດຈາກການເຜົາຜານອາຫານປະເພດເນື້ອສັດ ສານພິວຣິນໃນໂປຣຕີນ ໂດຍສະເພາະຈຳພວກເຄື່ອງໃນສັດ, ຖົ່ວເຫລືອງ, ຖົ່ວແດງ, ກະຖິນ, ຜັກຂະ, ໃບຂີ້ເຫລັກ, ຜັກຕຳນິນ, ກະລຳດອກ, ຜັກບົ້ງ, ຖົ່ວດິນ, ເຫັດ, ຫນໍ່ໄມ້ຝຣັ່ງ ກົດຢູຣິກຈະຖືກຂັບອອກທາງໄຂ່ຫລັງ ຖ້າຫາກຫນ້າທີ່ຂອງໄຂ່ຫລັງພັງໄປກໍຈະເຮັດໃຫ້ກົດຢູຣິກໃນເລືອດສູງຂຶ້ນໄດ້ເຊັນກັນ ກົດຢູຣິກເກີດຈາກການຍ່ອຍສະລາຍສານພິວຣິນ ແລະ ຂັບອອກທາງປັດສະວະ ໃນຄົນປົກກະຕິກົດຢູຣິກຈະຖືກສ້າງຂຶ້ນໃນອັດຕາຊ້າພໍທີ່ໄຂ່ຫລັງຈະຂັບອອກຫມົດທັນກັບການສ້າງຂຶ້ນ.
6. ສົມດຸນຂອງນ້ຳ ແລະ ເກືອແຮ່ ໄຂ່ຫລັງເຮັດຫນ້າທີ່ຄວບຄຸມປະລິມານສານນ້ຳ ແລະ ເກືອແຮ່ ໃນຮ່າງກາຍ ແລະ ຂັບອອກທາງປັດສະວະ ເຊັ່ນ: ໂຊດຽມ, ໂປຕັດຊຽມ, ແມ໊ກນິຊຽມ, ແຄລຊຽມ, ແລະ ຟົສຟໍຣັສ ເປັນຕົ້ນ ຮ່າງກາຍມະນຸດມີນ້ຳເປັນສ່ວນປະກອບປະມານ 70% ໃນເລືອດມີນ້ຳເປັນອົງປະກອບ 92% ໃນສະຫມອງ 85% ໃນແຕ່ລະເຊລຈະມີນ້ຳເປັນອົງປະກອບ 60% ຄວາມຈິງແລ້ວນ້ຳເປັນສ່ວນປະກອບທີ່ສຳຄັນ ແລະ ຈຳເປັນຕໍ່ເຊລທຸກຊະນິດ ບໍ່ວ່າຈະເປັນເຊລພືດ ສັດ ແລະ ມະນຸດ ທຸກເຊລລ້ວນປະກອບດ້ວຍນ້ຳທັງນັ້ນເລີຍ ໃນເຊລມະນຸດ ແລະ ສັດ ມີນ້ຳປະມານ 2/3 ຂອງນ້ຳຫນັກຮ່າງກາຍ ໃນພືດເທິງບົກມີນ້ຳປະມານ 50-75% ຖ້າເປັນພືດໃນນ້ຳ ຈະມີຫລາຍກວ່າ95% ຂອງນ້ຳຫນັກ.
7. ຄວາມດັນເລືອດ ໄຂ່ຫລັງເຮັດຫນ້າທີ່ສ້າງສານເຣນິນ (renin) ຊ່ວຍຄວບຄຸມຄວາມດັນເລືອດໃຫ້ຢູ່ລະດັບຄົງທີ່ ເຮັດໃຫ້ເລືອດໄປລ້ຽງສ່ວນຕ່າງໆພຽງພໍ ໃນພາວະຄວາມດັນເລືອດໃນຫລອດເລືອດແດງທີ່ໄຂ່ຫລັງຫລຸດລົງ ເຮັດໃຫ້ຮ່າງກາຍກະຕຸ້ນຂະບວນການເຣນິນ-ແອງຈິໂອເທນຊິນ ຊຶ່ງຈະເຮັດໃຫ້ມີການຫລັງເຣນິນຈາກຈັກຊະຕາໂກເມີຣູລາອັບພາຣາຕັສ (juxtaglomerula apparatus) ໃນໄຂ່ຫລັງ ເຣນິນເປັນເອນໄຊດ໌ທີ່ຫລັງຈາກໄຂ່ຫລັງເຂົ້າໄປໃນກະແສເລືອດ ເຮັດຫນ້າທີ່ປ່ຽນແອງຈິໂອເທນຊິໂນເຈນໃຫ້ເປັນແອງຈິໂອເທນຊິນ 1 ຫລັງຈາກນັ້ນເອນໄຊດ໌ແອງຈິໂອເທນຊິນ ຄອນເວີດຕິງ (angiotensin converting enzyme: ACE ) ຈະປ່ຽນແອງຈິໂອເທນຊິນ1 ໃຫ້ເປັນແອງຈິໂອເທນຊິນ2 ທີ່ປອດ ເມື່ອສານນ້ຳໃນຮ່າງກາຍຕ່ຳກວ່າປົກກະຕິ ລະບົບເຣນິນ-ແອງຈິໂອເທນຊິນຈະໄປກະຕຸ້ນຫລອດເລືອດ ເຮັດໃຫ້ຫລອດເລືອດຫົດຮັດຕົວ ແລະ ກະຕຸ້ນການຫລັງແອລໂດສເຕີໂຣນທີ່ຕ່ອມຫມວກໄຂ່ຫລັງດ້ານນອກເຮັດໃຫ້ປະລິມານຂອງໂຊດຽມແລະນ້ຳຫລາຍຂຶ້ນ ປະລິມານເລືອດກໍຈະຫລາຍຂຶ້ນ.
7. ການສ້າງເມັດເລືອດແດງ ໄຂ່ຫລັງເຮັດຫນ້າທີ່ສ້າງຮໍໂມນກະຕຸ້ນການສ້າງເມັດເລືອດແດງ ທີ່ມີຊື່ວ່າ ອິຣິໂທໂພອິຕິນ (erythropoitin) ຫລື ເອີ້ນວ່າ EPO ສານນີ້ຊ່ວຍກະຕຸ້ນໄຂກະດູກສັນຫລັງໃຫ້ສ້າງເມັດເລືອດແດງເຮັດໃຫ້ຮ່າງກາຍມີເລືອດໄປລ້ຽງສ່ວນຕ່າງໆຂອງຮ່າງກາຍຢ່າງພຽງພໍ ປ້ອງກັນການເກີດພາວະໂຣຄເລືອດຈາງ ໄຂກະດູກເປັນແຫລ່ງສ້າງເມັດເລືອດແດງ, ເມັດເລືອດຂາວ ແລະ ເກັດເລືອດ ໂດຍທົ່ວໄປໄຂກະດູກຈະຢູ່ຕາມໂພ້ງຂອງກະດູກທຸກທ່ອນ ແລະ ມີປະລິມານຫລາຍໃນກະດູກເຊິງກາງ ແລະ ກະດູກຫນ້າເອິກ ເມັດເລືອດແດງມີສານຮີໂມໂກບິນ ເຮັດຫນ້າທີ່ນຳອ໊ອກຊິເຈນໄປລ້ຽງເຊລຂອງອະໄວຍະວະຕ່າງໆຂອງຮ່າງກາຍໃຫ້ເຮັດວຽກໄດ້ເປັນປົກກະຕິ.
8. ວິຕາມິນ D ເຮັດຫນ້າທີ່ສ້າງ activeform ຂອງວິຕາມິນ D ຊຶ່ງມີບົດບາດຄວບຄຸມລະດັບເກືອແຮ່, ແຄລຊຽມ ແລະ ຟອສຟໍຣັສໃນຮ່າງກາຍ ຊ່ວຍເຮັດໃຫ້ກະດູກແຂງແຮງ ວິຕາມິນ D ມີຄວາມຈຳເປັນໃນການດູດຊືມແຄລຊຽມໄປໃຊ້ຢ່າງມີປະສິດຕິພາບ ໂດຍສະເພາະເມື່ອໄດ້ຮັບແຄລຊຽມບໍ່ພຽງພໍ ສ່ວນຫລາຍຄົນໃນປະເທດລາວເຮົາ ຈະບໍ່ມີປັນຫາຂາດວິຕາມິນ D ເນື່ອງຈາກວ່າມີແສງແດດຕະຫລອດປີ ວິຕາມິນ D ມີຜົນຕໍ່ການດູດຊືມແຄລຊຽມຈາກລຳໄສ້ ຄວບຄຸມຂັບຖ່າຍແຄລຊຽມອອກຈາກໄຂ່ຫລັງ ແລະ ຄວບຄຸມການສະສົມແຄລຊຽມໃນກະດູກ, 90% ຂອງວິຕາມິນ D ໃນຮ່າງກາຍມາຈາກການສ້າງຂຶ້ນຂອງຜິວຫນັງເມື່ອທຳປະຕິກິລິຍາກັບລັງສີອັລຕຣາໄວໂອເລຕຊະນິດບີ.
ເມື່ອໄຂ່ຫລັງເຮັດວຽກຜິດປົກກະຕິ
1. ເມື່ອຄວາມຜິດປົກກະຕິເກີດຂຶ້ນກັບໄຂ່ຫລັງຈົນເຮັດໃຫ້ໄຂ່ຫລັງເຮັດຫນ້າທີ່ໄດ້ບໍ່ສົມບຸນ
2. ໃນໄລຍະທຳອິດ ອາດພົບເຫັນຄວາມຜິດປົກກະຕິພຽງເລັກນ້ອຍ ເຊັ່ນ ໄປກວດ ພົບພຽງແຕ່ໂປຣຕີນຮົ່ວໃນປັດສະວະ ຈາກການກວດສຸຂະພາບປະຈຳປີ ໂດຍບໍ່ມີອາການຜິດປົກກະຕິໃດໆ ແຕ່ຖ້າຫາກບໍໄດ້ຮັກສາ ແລະ ປ່ອຍປະເປັນເວລາດົນນານຈະເກີດໃຫ້ເກີດພາສະໄຂ່ຫລັງວາຍຊຳ້ເຮື້ອໄດ້
3. ຖ້າຫາກໄຂ່ຫລັງມີຄວາມຜິດປົກກະຕິຫລາຍ ຜູ້ປ່ວຍອາດມີເລືອດຈາງ ຫລື ກະດູກຜຸ ເປັນຕົ້ນ ຫາກໄຂ່ຫລັງບໍ່ເຮັດວຽກຫລືເຮັດວຽກບໍ່ພຽງພໍ ເນື່ອງຈາກໄດ້ຮັບບາດເຈັບ ຫລື ມີໂຣຄແຊກຊ້ອນ ຈະເຮັດໃຫ້ລະດັບຂອງເສຍ ແລະ ປະລິມານນ້ຳຄ້າງໃນຮ່າງກາຍ ຫລື ໃນເລືອດ ຈະປາກົດອາການເຫຼົ່ານີ້ເຊັ່ນ: ປັດສະວະນ້ອຍ, ປັດສະວະລຳບາກ, ໄປປັດສະວະຫລາຍກວ່າປົກກະຕິ ໂດຍສະເພາະຊ່ວງກາງຄືນ, ມີເລືອດໃນປັດສະວະ, ມີອາການບ່ວມທີ່ຂໍ້ຕີນ, ເຈັບປວດຫລັງໃນລະດັບດູກຂ້າງ, ຄວາມດັນເລືອດສູງ, ຜູປວຍທີ່ເກີດພາວະໄຂ່ຫລັງວາຍໃນໄລຍະສຸດທ້າຍ ມີສາເຫດທີ່ສຳຄັນມາຈາກເບົາຫວານ ແລະ ຄວາມດັນເລືອດສູງ ຕ້ອງຮັກສາໃນການລ້າງໄຂ່ຫລັງ ຫລື ຜ່າຕັດປ່ຽນໄຂ່ຫລັງ ຖ້າຫາກຮັກສາ 2 ໂຣຄນີ້ໄດ້ກໍຈະເຮັດໃຫ້ໂຣຄໄຂ່ຫລັງທີ່ເກີດຂຶ້ນທຸເລົາລົງ ຫລື ສະລໍການປ່ຽນແປງໄດ້.
4. ພາວະໄຂ່ຫລັງວາຍຊ້ຳເຮື້ອບໍຮຸນແຮງ ຍັງສາມາດແກ້ໄຂໃຫ້ກັບຄືນໄດ້ຖ້າຫາກຮັກສາຢ່າງຖືກຕ້ອງແລະເຫມາະສົມ ຖ້າຫາກປ່ອຍປະລະເລີຍຈົນເຮັດໃຫ້ໄຂ່ຫລັງເຊື່ອມຢ່າງສົມບຸນຈົນເກີດພາວະໄຂ່ຫລັງວາຍຂັ້ນສຸດທ້າຍ ກໍຊ່ວຍຍັງບໍ່ໄດ້.
5. ການຮັກສາດ້ວຍວິທີການລຳບັດທົດແທນໄຂ່ຫລັງເຊັ່ນ: ການຟອກເລືອດ, ການປູກຖ່າຍໄຂ່ຫລັງ ເຖິງແມ່ນວ່າຈະໄດ້ຮັບການປູກຖ່າຍໄຂ່ຫລັງໄດ້ ແຕ່ການເຮັດຫນ້າທີ່ກໍບໍຄືກັບໄຂ່ຫລັງທີ່ໄດ້ມາແຕ່ກຳເນີດ ຮ່າງກາຍຕ້ອງປັບຕົວເຂົ້າກັບໄຂ່ຫລັງໃຫມ່ ແລະ ສ່ວນຫລາຍການໃຊ້ງານບໍ່ເກີນ 10 ປີ ແລະ ຜູ້ທີ່ປ່ຽນຖ່າຍໄຂ່ຫລັງຈະຕ້ອງລະວັງແລະຫລີກລ້ຽງກິດຈະກຳທີ່ສ່ຽງຕິດເຊື້ອ ເນື່ອງຈາກໄຂ່ຫລັງທີ່ປ່ຽນນັ້ນເປັນສິ່ງແປກປອມຂອງຮ່າງກາຍທີ່ກະຕຸ້ນໃຫ້ພຸມຕ້ານທານຂອງຮ່າງກາຍອອກມາເຮັດຫນ້າທີ່ຕໍ່ຕ້ານ ຈຶ່ງຈຳເປັນຕ້ອງໄດ້ຮັບຢາກົດພຸມຄຸມກັນ.
ເຫັນໄດ້ຢ່າງຊັດເຈນເລີຍວ່າໄຂ່ຫລັງເປັນອະໄວຍະວະທີ່ສຳຄັນ ແລະ ເຮັດຫນ້າທີ່ ທີ່ສຳຄັນໃນຮ່າງກາຍມະນຸດ ແລະ ເຮັດວຽກຫນັກອີກດ້ວຍ ດັ່ງການດູແລ ແລະ ປ້ອງກັນບໍ່ໃຫ້ເກີດອັນຕະລາຍຕໍ່ໄຂ່ຫລັງ ນັ້ນເປັນສິ່ງທີ່ດີກວ່າ ຢ່າລໍຖ້າເຈັບປ່ວຍແລ້ວຈິ່ງໄປຮັກສາໃນບັ້ນປາຍ.