20 พ.ค. 2022 เวลา 06:21 • ข่าว
ประเทศลาววิกฤตขาดน้ำมันอย่างรุนแรง
#ສາເຫດ! ທີ່ເຮັດໃຫ້ນໍ້າມັນຂາດຕະຫຼາດ ຢູ່ໃນ ສປປ.ລາວ
ປັດຈຸບັນ ນໍ້າມັນເຊື້ອໄຟຢູ່ ສປປ ລາວ ຂາດຕະຫລາດ ເຮັດໃຫ້ມວນຊົນຫລັ່ງໄຫລກັນໄປຊື້ນໍ້າມັນເປັນຈຳນວນຫລາຍ ເຮັດໃຫ້ການສັນຈອນແອອັດ.
.
ໃນຂະນະທີ່ປໍ້ານໍ້າມັນບາງແຫ່ງ ກໍໄດ້ປິດການໃຫ້ບໍລິການ ເນື່ອງຈາກວ່ານໍ້າມັນໝົດ ເຊິ່ງສາເຫດທີ່ເຮັດໃຫ້ນໍ້າມັນຂາດຕະຫລາດ ຍ້ອນການນໍາເຂົ້າຫລຸດລົງ
.
ເນື່ອງຈາກໄດ້ຮັບຜົນກະທົບ ຈາກລາຄານໍ້າມັນໃນຕະຫລາດໂລກສູງຂຶ້ນ ແລະ ຄ່າເງິນຕາຕ່າງປະເທດແຂງຄ່າ (ເງິນກີບອອນຄ່າ) ເຮັດໃຫ້ຂາດເງິນໂດລາ ເພື່ອຊື້ນໍ້າມັນຈາກປະເທດອື່ນ ເຊິ່ງຜູ້ນຳເຂົ້ານໍ້າມັນໃນປະເທດລາວ ຕ້ອງຈ່າຍເປັນເງິນໂດລາ ເພື່ອຊື້ນໍ້າມັນເຊື້ອໄຟຈາກແຫລ່ງພາຍນອກ.
ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສຂອງລາວ ລາຍງານໃຫ້ຮູ້ວ່າ:
#ສາເຫດທີ່ເຮັດໃຫ້ການນໍາເຂົ້າ ນໍ້າມັນເຊື້ອໄຟຫລຸດໜ້ອຍລົງ ຍ້ອນຜົນຜະລິດນໍ້າມັນເຊື້ອໄຟ ໃນຕະຫລາດໂລກມີຄວາມບໍ່ແນ່ນອນ.
ເຊິ່ງໂຮງງານກັ່ນນໍ້າມັນ ຈໍານວນໜຶ່ງ ກໍາລັງເກັບນໍ້າມັນເຊື້ອໄຟ ໄວ້ເພື່ອສ້າງກໍາໄລ, ບວກກັບລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກ ມີການເໜັງຕີງເປັນປະຈຳ ເຮັດໃຫ້ຜູ້ນໍາເຂົ້າມີຄວາມຫຍຸ້ງຍາກ ໃນການຊື້ນໍ້າມັນໃຫ້ພຽງພໍກັບຄວາມຕ້ອງການຂອງປະເທດ,
ຜູ້ນໍາເຂົ້ານໍ້າມັນບາງແຫ່ງໄດ້ຢຸດການຊື້ນໍ້າມັນຊົ່ວຄາວ ເນື່ອງຈາກບໍ່ສາມາດສ້າງກໍາໄລໄດ້ ໃນຂະນະທີ່ລາຄານໍາເຂົ້າໄດ້ຮັບຜົນກະທົບຢ່າງຫລວງຫລາຍຈາກອັດຕາແລກປ່ຽນເງິນກີບ/ໂດລາ ທີ່ບໍ່ເອື້ອອໍານວຍ,
ປະເທດລາວຕ້ອງການນ້ຳມັນປະມານ 120 ລ້ານລິດຕໍ່ເດືອນ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາ ຊົນ ແຕ່ປັດຈຸບັນນີ້, ຜູ້ນໍາເຂົ້າສາມາດຊື້ໄດ້ພຽງແຕ່ 20 ລ້ານລິດ.
ທ່ານ ສີສັງຄົມ ໂຄດໂຍທາ ຍັງໃຫ້ຮູ້ອີກວ່າ:
ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟທີ່ນໍາເຂົ້າ ໝາຍຄວາມວ່າລາຄາຂາຍຍ່ອຍໃນລາວ ຈະສືບຕໍ່ສູງຂຶ້ນຢ່າງຫລີກລ່ຽງບໍ່ໄດ້ ພວກເຮົາຍັງບໍ່ຮູ້ວ່າຈະນຳເຂົ້ານ້ຳມັນເຊື້ອໄຟໄດ້ອີກມື້ໃດ.
ປ້ຳນ້ຳມັນບາງແຫ່ງມີນ້ຳມັນໜ້ອຍລົງເພາະມີການນຳເຂົ້າໜ້ອຍ.
ອີງຕາມຂໍ້ມູນຈາກ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ:
ພາກລັດກຳລັງເລັ່ງຊອກຫາວິທີຄວບຄຸມລາຄານ້ຳມັນເຊື້ອໄຟ ເພາະວ່າລາຄານ້ຳມັນເພີ່ມຂຶ້ນສົ່ງຜົນສະທ້ອນເຖິງການຄົມມະນາຄົມ, ໄພເງິນເຟີ້ ແລະ ຄ່າຄອງຊີບ.
ปรับราค่าน้ำมันขึ้นในวันที่ 19/5/2022
โฆษณา